top of page

✈️ ພິທີມອບໃບຢັ້ງຢືນ ຫຼັກສູດພາສາອັງກິດສຳລັບພະນັກງານວິຊາສະເພາະການບິນ ຢູ່ ແຂວງຫຼວງພະບາງ 🇱🇦✨Certificate Presentation Ceremony: General English Course for Aviation Professionals in Luang Prabang 🇱🇦✨

lao-admin
3 days ago
1 min read

 ພິທີມອບໃບຢັ້ງຢືນ ຫຼັກສູດພາສາອັງກິດສຳລັບພະນັກງານວິຊາສະເພາະການບິນ ຢູ່ ແຂວງຫຼວງພະບາງ

ສູນຝຶກແອບນັກບິນພົນລະເຮືອນ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍເປັນຢ່າງຍິ່ງ ຕໍ່ບັນດາພະນັກງານວິຊາສະເພາະການບິນທັງໝົດ 27 ທ່ານ ຢູ່ ຫຼວງພະບາງ ທີ່ໄດ້ສຳເລັດການຝຶກອົບຮົມ ຫຼັກສູດພາສາອັງກິດສຳລັບພະນັກງານວິຊາສະເພາະການບິນໃນຊຸດນີ້.

ເຊິ່ງການຈັດສັນເວລາຮຽນໄປຄຽງຄູ່ກັບວຽກງານປະຈໍາ ໃນສະໜາມບິນທີ່ມີຖ້ຽວບິນໜ້າແໜ້ນທີ່ສຸດ ອີກແຫ່ງໜຶ່ງໃນລາວ ຖືວ່າເປັນສິ່ງທີ່ທ້າຍຢ່າງຍິ່ງ ແຕ່ ນັກຮຽນ ທັງ 27 ທ່ານ ຢູ່ ຫຼວງພະບາງ ກໍໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມຕັ້ງໃຈສູງ ໃນການແບ່ງເວລາອັນມີຄ່າເຂົ້າຮຽນ ເພື່ອພັດທະນາທັກສະພາສາອັງກິດວິຊາສະເພາະຂອງຕົນ.

ເຊິ່ງການບໍລິການທ່ຽວບິນ ແລະ ນັກທ່ອງທ່ຽວຕ່າງປະເທດ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈຳເປັນຕ້ອງມີມາດຕະຖານການສື່ສານທີ່ດີ. ຄວາມພະຍາຍາມຂອງບັນດາພະນັກງານວິຊາສະເພາະການບິນ ໃນການພັດທະນາທັກສະພາສາອັງກິດ ຈະຊ່ວຍສົ່ງເສີມຄວາມປອດໄພຂອງຜູ້ໂດຍສານ, ເພີ່ມປະສິດທິພາບການປະຕິບັດງານ ຢູ່ທາງພາກເໜືອຂອງລາວ ແລະ ເພື່ອສອດຄ່ອງກັບມາດຕະຖານ ICAO.

ທ້າຍນີ້, ຂໍຊົມເຊີຍມາຍັງບັນດາພະນັກງານການບິນຫຼວງພະບາງ ທຸກໆທ່ານ ໃນການສໍາເລັດຫຼັກສູດພາສາອັງກິດໃນຄັ້ງນີ້.

 ສະຖານທີ່: ຫຼວງພະບາງ

 ຜູ້ເຂົ້າຮ່ວມ: ພະນັກງານວິຊາສະເພາະການບິນ ຫຼວງພະບາງ

 ອີເມວ: lao-admin@pactec.net

 ໂທ: 020 98 851 423/021 513159

 ເວບໄຊທ໌: www.laocaftc.com


[English]

 Certificate Presentation Ceremony: General English Course for Aviation Professionals in Luang Prabang

The Civil Aviation Flight Training Center proudly celebrates our 27 dedicated aviation professionals in Luang Prabang for successfully completing another term of the English for Aviation Professionals training program!

Balancing language studies with the busy daily work schedules at one of Laos’ busiest airports is no small task. Yet, the 27 students in Luang Prabang showed remarkable perseverance by finding the time to come to class and sharpen their professional English skills.

Serving an increasing volume of international flights and travelers requires high standards of communication. The effort that these professionals have made to further develop their English capabilities directly contributes to increased passenger safety, operational efficiency, and ICAO compliance in northern Laos. Outstanding effort, Luang Prabang team!


 Location: Luang Prabang

 Participants: 27 Aviation Professionals

 
 
 

Comments


bottom of page