✈️ພິທີມອບໃບຢັ້ງຢືນ ຫຼັກສູດພາສາອັງກິດສຳລັບພະນັກງານວິຊາສະເພາະການບິນ ຢູ່ ແຂວງສະຫວັນນະເຂດ 🇱🇦✨Certificate Presentation Ceremony: General English Course for Aviation Professionals in Savannakhet
ພິທີມອບໃບຢັ້ງຢືນ ຫຼັກສູດພາສາອັງກິດສຳລັບພະນັກງານວິຊາສະເພາະການບິນ ຢູ່ ແຂວງສະຫວັນນະເຂດ
ສູນຝຶກແອບນັກບິນພົນລະເຮືອນ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍເປັນຢ່າງຍິ່ງ ຕໍ່ບັນດາພະນັກງານວິຊາສະເພາະການບິນ ທັງໝົດ 16 ທ່ານ ຢູ່ ແຂວງສະຫວັນນະເຂດ ທີ່ໄດ້ສໍາເລັດການຝຶກອົບຮົມ ຫຼັກສູດພາສາອັງກິດສຳລັບພະນັກງານວິຊາສະເພາະການບິນ ໃນຊຸດນີ້.
ນັກຮຽນທີ່ເຂົ້າຝຶກອົບຮົມຫຼັກສູດພາສາອັງກິດ ທັງ 16 ທ່ານ ຢູ່ ສະຫວັນນະເຂດ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງສູງ ໃນການແບ່ງເວລາອັນມີຄ່າ ເພື່ອເຂົ້າຮ່ວມການຮຽນ-ການສອນ ຢ່າງສະໝ່ຳສະເໝີ ແລະ ຕັ້ງໃຈພັດທະນາທັກສະພາສາອັງກິດຂອງຕົນຢ່າງເຕັມຄວາມສາມາດ.
ການສ້າງພື້ນຖານພາສາອັງກິດທີ່ເຂັ້ມແຂງ ໃນແຕ່ລະສູນກາງຄົມມະນາຄົມທາງອາກາດ ຖືເປັນສິ່ງຈຳເປັນ ໃນການຮັກສາຄວາມປອດໄພ ແລະ ເພີ່ມປະສິດທິພາບ ໃນການເຊື່ອມໂຍງນ່ານຟ້າ ພາກກາງ ແລະ ພາກໃຕ້ ສູ່ຈຸດໝາຍປາຍທາງທີ່ສຳຄັນໃນພູມິພາກ. ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ຄວາມພະຍາຍາມ ແລະ ຄວາມກ້າວໜ້າທີ່ໜ້າຊົມເຊີຍ ຂອງ ບັນດາພະນັກງານການບິນສະຫວັນນະເຂດ ທຸກໆທ່ານ ໃນການສໍາເລັດຫຼັກສູດພາສາອັງກິດໃນຄັ້ງນີ້.
ສະຖານທີ່: ສະຫວັນນະເຂດ
ຜູ້ເຂົ້າຮ່ວມ: ພະນັກງານວິຊາສະເພາະການບິນ ທັງໝົດ 16 ທ່ານ
Email: lao-admin@pactec.net
Tel: 020 98 851 423/021 513159
Website: www.laocaftc.com
[English]
Certificate Presentation Ceremony: General English Course for Aviation Professionals in Savannakhet
The Civil Aviation Flight Training Center extends warm congratulations to our 16 aviation specialists in Savannakhet on officially completing another term of the English for Aviation Professionals training program!
All 16 Students in Savannakhet showed incredible dedication by committing their valuable time to consistent classroom learning and dedicated language growth.
Building strong English language foundations across the nation’s regional hubs is essential for maintaining a safe and efficient means of connecting southern and central airspace to important regional destinations.
We are incredibly proud of the hard work and progress made by the Savannakhet class!




Comments