✈️ພິທີມອບໃບຢັ້ງຢືນ ຫຼັກສູດພາສາອັງກິດທົ່ວໄປ ສຳລັບພະນັກງານວິຊາສະເພາະການບິນ ທີ່ນະຄອນຫລວງວຽງຈັນ✈️Certificate Presentation Ceremony: General English Course for Aviation Professionals in Vientiane Capital
ສູນຝືກແອບນັກບິນ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍເປັນຢ່າງຍິ່ງ ຕໍ່ບັນດາພະນັກງານວິຊາສະເພາະການບິນ ທັງໝົດ 48 ທ່ານ ທີ່ໄດ້ສຳເລັດການຝຶກອົບຮົມພາສາອັງກິດການບິນ. ເຖິງແມ່ນວ່າທຸກທ່ານ ຈະມີພາລະກິດ ແລະ ວຽກງານປະຈຳ, ແຕ່ກໍຍັງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູງ ໃນການແບ່ງເວລາອັນມີຄ່າ ເພື່ອເຂົ້າຮ່ວມການຮຽນ-ການສອນ ແລະ ພັດທະນາທັກສະພາສາອັງກິດຢ່າງເຕັມຄວາມສາມາດ.
ໃນຖານະທີ່ເປັນສູນກາງຫຼັກ ຂອງການປະຕິບັດງານດ້ານການບິນທົ່ວປະເທດ, ການສ້າງພື້ນຖານພາສາອັງກິດທີ່ເຂັ້ມແຂງ ຢູ່ ນະຄອນຫຼວງວຽງຈັນ ຖືເປັນປັດໄຈສຳຄັນ ໃນການຍົກລະດັບປະສິດທິພາບການປະຕິບັດງານ ແລະ ເພີ່ມພູນຄວາມຮູ້ ເພື່ອໃຫ້ສອດຄ່ອງກັບມາດຕະຖານຄວາມປອດໄພຂອງອົງການການບິນສາກົນ. ທ້າຍນີ້ ກໍຂໍຊົມເຊີຍມາຍັງບັນດາພະນັກງານການບິນທຸກທ່ານທີ່ໄດ້ສຳເລັດຫຼັກສູດດັ່ງກ່າວ!
[English Version]
The Civil Aviation Flight Training Center extends its heartfelt congratulations to all 48 aviation specialists in Vientiane Capital on successfully completing another term of the English for Aviation Professionals training program!
Despite demanding operational responsibilities and heavy daily schedules at the capital's busy airport, each participant demonstrated a commitment to professional improvement by making time to attend classes and elevate their English proficiency.
As the center for national aviation operations in Laos, strengthening language skills in Vientiane is vital for leading by example, enhancing operational efficiency, and meeting international civil aviation standards. Congratulations to our 48 Vientiane graduates on the achievement of this milestone!
Location: Civil Aviation Flight Training Center, Vientiane Capital
Participants: 48 Aviation Professionals




Comments