top of page

ການລົງຢ້ຽມຢາມສະຖານທີ່ເຮັດວຽກຂອງນັກຮຽນການບິນ(Aviation Students Visit Workplaces)

  • lao-admin
  • Sep 9
  • 1 min read

Updated: Sep 11

ໃນລະຫວ່າງການຝຶກອົບຮົມພາສາອັງກິດການບິນ, ນັກຮຽນບໍ່ໄດ້ພຽງແຕ່ຮຽນພາສາອັງກິດການບິນເທົ່ານັ້ນ ພວກເຂົາຍັງໄດ້ພົບປະກັບພະນັກງານໃນຂະແໜງການບິນຕ່າງໆ ເພື່ອແລກປ່ຽນຄວາມຮູ້, ຄວາມຄິດເຫັນນຳກັນອີກດ້ວຍ.

ເມື່ອບໍ່ດົນມານີ້, ພວກເຮົາໄດ້ຈັດທັດສະນະສຶກສາ ລົງຢ້ຽມຢາມສະຖານທີ່ເຮັດວຽກຂອງ ກອງຈະລາຈອນທາງອາກາດລາວ(LANS) ແລະ ບໍລິສັດລາວ-ຍິ່ປຸ່ນ ບໍລິການອາຄານສະໜາມບິນ(L-JATS). ເຊິ່ງເປັນການຮຽນຮູ້ນອກຫ້ອງຮຽນ ກ່ຽວກັບຫນ້າວຽກຂອງແຕ່ລະຄົນ ແລະ ເຮັດໃຫ້ນັກຮຽນສາມາດ ເຂົ້າໃຈໜ້າວຽກຕ່າງໆໃນຂະແໜງການບິນໄດ້ຢ່າງເລິກເຊິ່ງ.

ທາງສູນຝຶກແອບນັກບິນ(CAFTC) ຂໍສະແດງຄວາມຂອບໃຈ ມາຍັງສອງພາກສ່ວນກໍຄື ກອງຈະລາຈອນທາງອາກາດລາວ(LANS) ແລະ ບໍລິສັດລາວ-ຍິ່ປຸ່ນ ບໍລິການອາຄານສະໜາມບິນ(L-JATS) ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງອຳນວຍຄວາມສະດວກໃນການທັດສະນະຢ້ຽມຢາມຄັ້ງນີ້.

During aviation English training, our students learn more than just English. People having different professions in aviation meet each other and can learn from each other. This was especially so when our VTE1-students recently arranged a tour to show their workplaces. We are very thankful to LANS and L-JATS, who were very hospitable and showed us their facilities. It was a great way to learn more about each other’s work, deepen our understanding of aviation, and meet each other outside the classroom. Thank you to all who made this possible.




 
 
 

Comments


bottom of page